ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍ ແລະ ອາ​ເມ​ຣິ​ກາ ດຳເນີນ​ການ​ຊ້ອມ​ຮົບ​ຢູ່ Alaska

     ອີງ​ຕາມ​ເວັບ​ໄຊ Vietnamnet ລາຍ​ງານ​ໃຫ້​ຮູ້​ວ່າ: ກະຊວງ​ປ້ອງ​ກັນ​ປະເທດ​ອິນ​ເດຍ ກ່າວ​​ວ່າ, ອິນ​ເດຍ ແລະ ອາ​ເມ​ຣິ​ກາ ຈະ​ຈັດການ​
ຊ້ອມ​ຮົບ Yudh Abhyas ຄັ້ງ​ທີ 19 ຢູ່​ຖານ​ທັບ​ທະຫານ Fort Wainwright ທີ່ Alaska ເລີ່ມ​ແຕ່​ວັນ​ທີ 25 ກັນຍາ ຫາ ​ວັນ​ທີ 8 ຕຸລາ
2023 ນີ້.

     ໃນ​ບັ້ນ​ຊ້ອມ​ຮົບ​ຄັ້ງ​ນີ້, ມີ​ຈຳນວນ​ພົນ 350 ຄົນ, ​ມີ​ທະຫານ​ເມືອງ Maratha ຂອງ​ອິນ​ເດຍ ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ ແລະ ຝ່າຍ​ອາ​ເມ​ຣິ​ກາ,
ມີ​ກອງ​ບັນຊາ​ການ​ທະຫານ​ບົກ​ທີ 24 ຂອງ​ກອງ​ພົນ​ທີ 1 ເຂົ້າ​ຮ່ວມ. ໂດຍ​ຫົວ ຂໍ້​ຂອງ​ການ​ຊ້ອມ​ຮົບ​ແມ່ນ​ການ​ເຝິກແອບ​ໃນ​ສະພາບ​ອາກາດ​ຮ້າຍ​ແຮງ,
ການ​ຊ້ອມ​ຮົບ​ໄດ້​ຈັດ​ຂຶ້ນ​ຖືກ​ຕາມ​ລະບຽບ​ການ​ສະຫະ​ປະຊາ​ຊາດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຮັກສາ​ສັນຕິພາບ, ການ​ຊ້ອມ​ຮົບ​ດັ່ງກ່າວ​ຍັງ​ຈະ​ປະກອບ​ດ້ວຍ
​ການ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ ແລະ ການເຄື່ອນໄຫວ​ຊ່ວຍເຫຼືອ​ກູ້​ໄພພິ ບັດ​ທາງ​ທຳ​ມະ​ຊາດ​ອີກ​ດ້ວຍ.

     ຕາມ​ກະຊວງ​ປ້ອງ​ກັນ​ປະເທດ ​ອິນ​ເດຍ ກ່າວ​ຕື່ມ​ວ່າ, ສອງ​ປະເທດ​ຈະ​ດຳເນີນ​ການ​ຊ້ອມ​ຮົບ​ຫຼາຍ​ຄັ້ງ​ ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການເຄື່ອນ
ໄຫວ​ຮັກສາ​ສັນຕິພາບ ແລະ ຜູ້ຕາງໜ້າ​ຂອງ​ທັງ​ສອງ​ຝ່າຍ​ຍັງ​ຈະ​ດຳເນີນ​ການ​ສົນທະ​ນາ​ຢ່າງ​ເລິກເຊິ່ງ ເພື່ອ​ແລກປ່ຽນ​ປະສົບ​ການ​ບົດຮຽນ​ການ​ທະຫານ
​ໃນ​ພາກ​ພື້ນ​ຕໍ່​ກັນ​ ແລະ​ກັນ. ສຳລັບການ​ຊ້ອມ​ຮົບ​ຄັ້ງ​ທຳ​ອິດ Yudh Abhyas ໄດ້​ຈັດ​ຂຶ້ນ​ໃນ​ປີ 2002 ນັບ​ແຕ່​ນັ້ນ​ມາເຫດການ​ນີ້​ຖືກ​ຈັດ​ຕັ້ງ​ປະຈຳ​ປີ​
ໂດຍ ກອງທັບ​ອິນ​ເດຍ ແລະ ອາ​ເມ​ຣິ​ກາ ເພື່ອ​ແລກປ່ຽນ​ບັນດາ​ປະສົບ​ການ, ຍຸດ​ທະ​ສາດ ແລະ ເຕັກນິກ​ການ​ທະຫານ​ຂອງ​ສອງ​ປະເທດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/10/2023